ກ່ຽວກັບ SornTech

ພວກເຮົາແມ່ນທີມງານຄົນລຸ້ນໃໝ່ ທີ່ມີຄວາມມຸ່ງໝັ້ນໃນການພັດທະນາເຕັກໂນໂລຊີທາງດ້ານໄອທີໃນລາວ.

Our Story

ຈາກຈຸດເລີ່ມຕົ້ນ ສູ່ການເປັນຜູ້ນຳ

ບໍລິສັດ ສອນເທັກ ອິນໂນເວຊັ່ນ ຈຳກັດຜູ້ດຽວ (SornTech Innovation) ກໍ່ຕັ້ງຂຶ້ນໂດຍມີຈຸດປະສົງຫຼັກເພື່ອສະໜອງການບໍລິການດ້ານໄອທີທີ່ທັນສະໄໝ ແລະ ມີຄຸນນະພາບສູງ ໃຫ້ແກ່ລູກຄ້າໃນເຂດພາກເໜືອຂອງລາວ ແລະ ທົ່ວປະເທດ.

ດ້ວຍປະສົບການຫຼາຍກວ່າ 10 ປີ ໃນວົງການໄອທີ, ທີມງານຂອງພວກເຮົາໄດ້ຜ່ານການເຮັດວຽກກັບໂຄງການຂະໜາດໃຫຍ່, ລະບົບທະນາຄານ ແລະ ອົງກອນລັດ ມາຢ່າງຫຼວງຫຼາຍ. ເຮັດໃຫ້ພວກເຮົາເຂົ້າໃຈເຖິງຄວາມຕ້ອງການ ແລະ ມາດຕະຖານທີ່ສູງທີ່ສຸດ.

ປັດຈຸບັນ SornTech ໃຫ້ບໍລິການຄອບຄຸມທັງ Software Development, System Infrastructure, Network Solutions ແລະ IT Consultation.

Team WorkingMeeting

ວິໄສທັດ (Vision)

"ເປັນບໍລິສັດໄອທີຊັ້ນນຳໃນພາກພື້ນ ທີ່ຂັບເຄື່ອນທຸລະກິດດ້ວຍນະວັດຕະກໍາ ແລະ ເຕັກໂນໂລຊີທີ່ທັນສະໄໝ, ສ້າງຄວາມເຊື່ອໝັ້ນ ແລະ ຄຸນຄ່າໃຫ້ແກ່ລູກຄ້າ."

ພັນທະກິດ (Mission)

  • ພັດທະນາບຸກຄະລາກອນໃຫ້ມີຄວາມຊ່ຽວຊານ ແລະ ທັນຕໍ່ເຕັກໂນໂລຊີ.
  • ສົ່ງມອບການບໍລິການທີ່ມີຄຸນນະພາບ, ວ່ອງໄວ ແລະ ປອດໄພ.
  • ສ້າງສັນຊອບແວ ແລະ ໂຊລູຊັ້ນ ທີ່ຕອບໂຈດການນຳໃຊ້ຕົວຈິງ.
10+
Years of Experience
50+
Happy Clients
100+
Projects Completed
24/7
Support Available