Service Detail

ຕິດຕັ້ງ/ສ້ອມແປງຄອມພິວເຕີ

Professional Computer Repair & Maintenance Services

Computer Repair

ສູນບໍລິການສ້ອມແປງຄອມພິວເຕີຄົບວົງຈອນ

ທີ່ SornTech, ພວກເຮົາເຂົ້າໃຈວ່າ ຄອມພິວເຕີຄືຫົວໃຈສຳຄັນໃນການເຮັດວຽກຂອງທຸກຄົນ. ບໍ່ວ່າເຄື່ອງຂອງທ່ານຈະເປີດບໍ່ຕິດ, ເຮັດວຽກຊ້າ, ຫຼື ຕິດໄວຣັສ, ທີມງານຊ່າງມືອາຊີບຂອງພວກເຮົາພ້ອມໃຫ້ບໍລິການແກ້ໄຂບັນຫາໃຫ້ທ່ານຢ່າງຖືກຈຸດ, ວ່ອງໄວ ແລະ ໃນລາຄາທີ່ຍຸຕິທຳ.

Original Parts

ເລືອກໃຊ້ອາໄຫຼ່ແທ້ ມີຄຸນນະພາບສູງ ເພື່ອອາຍຸການໃຊ້ງານທີ່ຍາວນານ.

Free Diagnosis

ກວດເຊັກອາການເບື້ອງຕົ້ນຟຣີ. ຮູ້ລາຄາກ່ອນສ້ອມ, ບໍ່ມີຄ່າໃຊ້ຈ່າຍແອບແຝງ.

ຂັ້ນຕອນການໃຫ້ບໍລິການ

1

ຮັບເຄື່ອງ ແລະ ກວດເຊັກອາການ

ເຈົ້າໜ້າທີ່ຮັບເຄື່ອງ ບັນທຶກປະຫວັດ ແລະ ຊ່າງເຕັກນິກເຮັດການກວດເຊັກລະອຽດ.

2

ແຈ້ງຜົນ ແລະ ສະເໜີລາຄາ

ແຈ້ງສາເຫດຂອງບັນຫາ, ວິທີແກ້ໄຂ ແລະ ລາຄາປະເມີນໃຫ້ລູກຄ້າຕັດສິນໃຈ.

3

ດຳເນີນການສ້ອມແປງ

ສ້ອມແປງໂດຍຊ່າງຜູ້ຊຳນານງານ ດ້ວຍເຄື່ອງມືທີ່ທັນສະໄໝ.

4

ກວດສອບຄຸນນະພາບ (QA) ແລະ ສົ່ງມອບ

Test ການເຮັດວຽກຂອງເຄື່ອງຢ່າງລະອຽດ ກ່ອນສົ່ງມອບຄືນໃຫ້ລູກຄ້າ.

ການຮັບປະກັນທີ່ອຸ່ນໃຈ (Warranty)

ພວກເຮົາຮັບປະກັນງານສ້ອມ 30 ວັນ ແລະ ຮັບປະກັນອາໄຫຼ່ (Hardware) ຕາມເງື່ອນໄຂຂອງຜູ້ຜະລິດ (1-3 ປີ). ຫາກມີບັນຫາໃນໄລຍະຮັບປະກັນ ຍິນດີເບິ່ງແຍງໂດຍບໍ່ມີຄ່າໃຊ້ຈ່າຍ.

ປຶກສາອາກາດເສຍເບື້ອງຕົ້ນ

ສາມາດສົ່ງຮູບ ຫຼື ວິດີໂອອາການເສຍໃຫ້ທີມງານປະເມີນໄດ້.

WhatsApp 020 2872 9723

ບໍລິການອື່ນໆທີ່ໜ້າສົນໃຈ