ການປະກອບສ່ວນກັບພາກລັດ
Supporting National Development through Digital Innovation
ຊຸກຍູ້ການພັດທະນາດ້ວຍເຕັກໂນໂລຊີ
ບໍລິສັດ ສອນເທັກ ອິນໂນເວຊັ່ນ ຈຳກັດຜູ້ດຽວ ມຸ່ງໝັ້ນທີ່ຈະເປັນສ່ວນໜຶ່ງໃນການຂັບເຄື່ອນ ການຫັນເປັນທັນສະໄໝ (Digital Transformation) ຂອງພາກລັດ. ພວກເຮົາໄດ້ພັດທະນາຜະລິດຕະພັນ ແລະ ລະບົບຕ່າງໆ ເພື່ອຊ່ວຍອຳນວຍຄວາມສະດວກ, ເພີ່ມປະສິດທິຜົນ ແລະ ຄວາມໂປ່ງໃສ ໃນການບໍລິຫານວຽກງານຂອງລັດ.

ໂຄງການຮ່ວມມືພາກລັດ (Government Partnership)
ພາຍໃຕ້ການຮ່ວມມືຍຸດທະສາດກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ພວກເຮົາໄດ້ພັດທະນາ ແລະ ຕິດຕັ້ງລະບົບ eDocST (Electronic Document System) ເພື່ອຫັນປ່ຽນການບໍລິຫານເອກະສານຂອງພາກລັດໃຫ້ເປັນທັນສະໄໝ.
ຂອບເຂດການນຳໃຊ້ (Implementation Scope):
- ບັນດາພະແນກການຂັ້ນແຂວງ: ເຊື່ອມຕໍ່ການສົ່ງ-ຮັບເອກະສານລະຫວ່າງພະແນກການ ດ້ວຍຄວາມວ່ອງໄວ ແລະ ປອດໄພ.
- ຫ້ອງການຂັ້ນເມືອງ: ຂະຫຍາຍການນຳໃຊ້ລົງສູ່ບັນດາເມືອງ ເພື່ອສ້າງເຄືອຂ່າຍເອກະສານລັດຖະບານແບບລວມສູນ (Centralized Workflow).
ພ້ອມທີ່ຈະຮ່ວມມືເພື່ອການພັດທະນາ
ບໍລິສັດ ສອນເທັກ ຍິນດີໃຫ້ຄຳປຶກສາ ແລະ ຮ່ວມມືກັບອົງການຈັດຕັ້ງພາກລັດທຸກຂັ້ນ ເພື່ອນຳສະເໜີ Solutions ທີ່ຕອບໂຈດ ແລະ ເກີດປະໂຫຍດສູງສຸດຕໍ່ປະເທດຊາດ.
ຕິດຕໍ່ພົວພັນ